TVED


ຊື່ຫຼັກສູດ: ວິຊາຊີບຊັ້ນສູງ ລະດັບ 5

ການຕິດຕັ້ງສ້ອມແປງໄຟຟ້າອຸດສາຫະກໍາ


ລາຍລະອຽດຫຼັກສູດ

ຫຼັກສູດດັ່ງກ່າວ ຈະຕັ້ງການຮຽນ-ການສອນ ແບບເຕັມເວລາດັ່ງນີ້: ນັກສຶກສາທຸກຄົນຕ້ອງໄດ້ຮຽນ ໃຫ້ຄົບຕາມຈຳນວນໂມດຸນ ທີ່ໄດ້ກຳນົດໄວ້ໃນຫຼັກສູດ ກຳນົດເວລາຮຽນ ຢ່າງໜ້ອຍ 3 ປີ ຫຼື 6 ພາກຮຽນ ( 120 ອາທິດ ) ໃນສົກຮຽນໜື່ງແບ່ງອອກເປັນ 2 ພາກຮຽນ ມີ 40 ອາທິດ ໜຶ່ງພາກຮຽນມີ 20 ອາທິດ (ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງ 2 ອາທິດ, ແຮ່ໄວ້ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ) ມີອາຍຸ 17 ປີຂື້ນໄປ ມີຄຸນສົມບັດດີ ສຳເລັດການສຶກສາມັດທະຍົມຕອນປາຍ ຫຼື ທຽບເທົ່າ ສຳລັບຜູ້ສຳເລັດການສຶກສາຊັ້ນກາງໃນອາຊີບທີ່ກ່ຽວຂ້ອງຈະມີການທຽບໂອນໂມດຸນລະຫວ່າງກັນ ຕ້ອງເປັນຜູ້ທີ່ມີສຸຂະພາບແຂງແຮງດີ ແລະ ເໝາະສົມກັບອາຊີບທີ່ກ່ຽວຂ້ອງ ບໍ່ເປັນພະຍາດຕິດແປດ ບໍ່ພົວພັນສີ່ງເສບຕິດ ຜູ້ເຂົ້າຮຽນຕ້ອງຜ່ານການທົດສອບ ຫຼື ຜ່ານການສອບເສັງຄັດເລຶອກຄື:ການຂຽນ, ສຳພາດ ແລະ ປະຕິບັດຕົວຈິງໂດຍມີຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງຖຶກຕ້ອງຕາມຫຼັກການ ມາຮຽນຕາມແຜນແບ່ງປັນທີ່ທາງກະຊວງ ສຶກສາທິການ ແລະ ກິລາ ກຳນົດໃຫ້


ຈຸດປະສົງຂອງຫຼັກສູດ

ສ້າງໃຫ້ຜູ້ຮຽນມີຄວາມຮູ້ , ທັກສະອາຊີບ ແລະ ປະສົບການດ້ານການຕິດຕັ້ງໄຟຟ້າອຸດສາຫະກຳກົງກັບມາດຕະຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນອາຊີບຢ່າງມີປະສິທິພາບ, ແທດເໝາະກັບວຽກງານທີ່ມີຄວາມຕ້ອງການຂອງຕະຫຼາດແຮງງານ. ມີຄວາມຮູ້, ທັກສະອາຊີບ ປະຕິບັດໜ້າທີ່ຕາມການມອບໝາຍ ປະຕິບັດໃຫ້ຖຶກຕ້ອງຕາມຫຼັກການ , ວີທີການ ແລະ ຂັ້ນຕອນ ດ້ານວິຊາສະເພາະ ສ້າງໃຫ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກດ້ານວິຊາສະເພາະຕາມທີ່ຮຽນຈົບ ສ້າງໃຫ້ຜູ້ຮຽນມີມະນຸດສຳພັນທີ່ດີ, ມີຄຸນນະທຳ, ຈະລິຍະທຳ, ມີຄວາມຮັບຜິດຊອບ ແລະ ຈັນຍາບັນໃນອາຊີບ


ຄວາມສາມາດ

ປະຕິບັດຫຼັກການພື້ນຖານ ແລະ ຈັນຍາບັນຊ່າງ ປະຕິບັດມາດຕະຖານຄວາມປອດໄພ ແລະ ສຸຂະພາລານາໄມ ດຳເນີນການວິເຄາະ ແລະ ແກ້ໄຂບັນຫາວົງຈອນໄຟຟ້າ ວັດແທກ ແລະ ຄຳນວນ ຕີຄວາມແບບທາງໄຟຟ້າ ແລະ ແຜນ ຕັ້ງຕູ້ PDB ໃນໂຮງງານໄຟຟ້າອຸດສາຫະກຳ ຕິດຕັ້ງສາຍໄຟຟ້າເຂົ້າເຄື່ອງຈັັກໃນໂຮງງານອຸດສາຫະກຳ ບຳລຸງຮັກສາລະບົບໄຟຟ້າສຳຮອງ ປະກອບຕິດຕັ້ງລະບົບຄວບຄຸມໂມເຕີ ສ້ອມແປງເອເລັກໂທຣນິກອຸດສາຫະກຳ ຄວບຄຸມລະບົບ Pneumatic/Hydraulic ຄວບຄຸມລະບົບດ້ວຍ PLC ວັດແທກຄວບຄຸມລະບົບອັດຕະໂນມັດ Instrumentation Automation


ລະດັບຫຼັກສູດ

ຈົບຕາມຫຼັກສູດນີ້ ຈະໄດ້ຮັບວຸດທິ ປະກາສະນີຍະບັດວິຊາຊີບຊັ້ນສູງ ລະດັບ 5 ຕາມກົດໝາຍອະຊີວະສຶກສາ


ເນື້ອໃນຂອງຫຼັກສູດ
ຫຼັກສູດ ການຕິດຕັ້ງສ້ອມແປງໄຟຟ້າອຸດສາຫະກຳ: ບົດຮຽນທີ່ສອນທັງໜົດ 25 ບົດຮຽນ ເວລາຮຽນ ທັງໜົດ: 3360 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 5 ບົດຮຽນ ເວລາຮຽນ ທັງໜົດ: 384 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ ເວລາຮຽນ ທັງໜົດ: 736 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 14 ບົດຮຽນ ເວລາຮຽນ ທັງໜົດ: 2240 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ