ການຕິດຕັ້ງໄຟຟ້າ
ຫຼັກສູດອາຊີວະສຶກສາ ວິຊາຊີບຊັ້ນສູງ ລະດັບ 5 (12+3) ສະບັບນີ້ໄດ້ຮັບການພັດທະນາຂື້ນ ໂດຍສອດຄ່ອງກັບຂົງເຂດວິຊາຊີບ ຕິດຕັ້ງ, ສ້ອມແປງ, ບຳລຸງຮັກສາ ສາຂາອາຊີບ: ຊ່າງຕິດຕັ້ງໄຟຟ້າ ໃຫ້ສອດຄາອງກັບກົດໝາຍອາຊີວະສຶກສາ ສະບັບເລກທີ 42/ສພຊ, ລົງວັນທີ 23 ທັນວາ 2013. ເຂົ້າຮ່ວມພັດທະນາ ແລະ ປັບປຸງຫຼັກສູດສະບັບນີ້ປະກອບມີ ນັກວິຊາການ, ຄູອາຈານ ແລະ ຜູ້ມີປະສົບການທາງດ້ານການພັດທະນາຫຼັກສູດ ຈາກພາຍໃນພາກສ່ວນເຂົ້າຮ່ວມ. ຫຼັກສູດ ແມ່ນມີລັກສະນະຈັດ ການຮຽນ-ການສອນ ເປັນໂມດຸນ ໂດຍອີງໃສ່ມາດຕະຖານຫຼັກສູດອາຊີວະສຶກສາແຫ່ງຊາດ ສະບັບເລກທີ 7247/ສສກ.ອສ.15, ລົງວັນທີ 30 ພະຈິກ 2015. ຜູ້ນຽນສາມາດຮຽນຈົບແຕ່ລະໂມດຸນ ພາຍໃນຂົງເຂດອາຊີບນີ້ໃຊ້ເວລາຮຽນແມ່ນ 3 ປີ ແລະ ສາມາດຮຽນຕໍ່ໃນລະດັບສູງຂື້ນໄປໄດ້. ພ້ອມດຽວກັນນັ້ນ, ນັກສຶກສາຍັງສາມາດຍ້າຍສະຖານທີ່ຮຽນໄດ້ຕາມສະຖານອາຊີວະສຶກສາທີ່ມີຫຼັກສູດ ການຮຽນ-ການສອນໃນສາຂາອາຊີບຊ່າງຕິດຕັ້ງໄຟຟ້າ.
ມີຄວາມຮູ້, ທັກສະອາຊີ ແລະ ປະສົບການສອດຄ່ອງກັບມາດຕະຖານສາຂາວິຊາຊີບ ເພື່ອນຳໄປປະຕິບັດວຽກງານຢ່າງມີປະສິດທິພາບ, ແທດເຫມາພກັບວຽກງານທີ່ມີຄວາມຕ້ອງການຂອງຕະຫຼາດແຮງງານ. ປະຕິບັດບົດບາດ-ຫນ້າທີ່ຕາມມອບໝາຍໃນສາຍງານອາຊີບ. ປະຕິບັດຕາມຫຼັກການ, ວິທີການ ແລພ ຂັນຕອນດ້ານວິຊາສະເພາະ. ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດຫນ້າທີ່ວຽກງານດ້ານວິຊາສະເພາະ. ມີຄຸນນະທຳ, ຈະລິຍະທຳ, ມີຄວາມຮັບຜິດຊອບ ແລະ ຈັນຍາບັນໃນອາຊີບ.
ປະຕິບັດຫລັກການພື້ນຖານ ແລະ ວິໄນຊ່າງ ປະຕິບັດມາດຖານຄວາມປອດໄພ ແລະ ອາຊີວະອະນາໄມ ຕີລາຄາ, ປະເມີນຕົ້ນທຶນໃນການຕິດຕັ້ງ ແລະ ສ້ອມແປງ ຕີຄວາມໝາຍແບບທາງໄຟຟ້າ-ແຜນ ຕິດຕັ້ງ-ສ້ອມແປງອຸປະກອນເອເລັກໂຕນິກ ເດີນສາຍໄຟຟ້າ ຕິດຕັ້ງອຸປະກອນໄຟຟ້າ (ໂຫລດ) ຕິດຕັ້ງຕູ້ຈ່າຍໄຟ (ອຸປະກອນປ້ອງກັນ) ຕິດຕັ້ງລະບົບໄຟສຳຮອງ ຕິດຕັ້ງລະບົບໄຟແຮງຕໍ່ານອກອາຄານ ຕິດຕັ້ງລະບົບສື່ສານ ຕິດຕັ້ງລະບົບ Building Automation ກວດສອບ - ບໍາລຸງຮັກສາ(ເຄື່ອງມືອຸປະກອນ) ສ້ອມແປງເຄື່ຶອງມື-ອຸປະກອນ ແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງໃນລະບົບ ຈັດຕັ້ງ ແລະ ແບ່ງງານ ຈໍາແນກຄຸນສົມບັດຂອງວັດສະດຸ ນຳໃຊ້ເຄື່ອງມື, ເຄື່ອງຈັກ ແລະ ເຄື່່ອງບໍາລຸງຮັກສາ ກະກຽມເຄື່ອງມື, ວັດສະດຸ ແລະ ສະຖານທີ່ສຳຫລັບເຮັດວຽກຢ່າງເປັນລະບົບ ນໍາໃຊ້ວິທີ, ຂັ້ນຕອນໃນການຕິດຕັ້ງ ແລະສ້ອມແປງໄຟຟ້າ
ຜູ້ທີ່ຮຽນຈົບຫຼັກສູດນີ້ ຈະໄດ້ຮັບວຸດທິ ປະກາສະນີຍະບັດວິຊາຊີບ ລະດັບ 5 ຕາມກົດໝາຍອາຊີວະສຶກສາ
ຫຼັກສູດ ການຕິດຕັ້ງໄຟຟ້າ: | ບົດຮຽນທີ່ສອນທັງໜົດ 24 ບົດຮຽນ | ເວລາຮຽນ ທັງໜົດ: 3360 ຊົ່ວໂມງ |
ບົດຮຽນທີ່ສອນທັງໜົດ 5 ບົດຮຽນ | ເວລາຮຽນ ທັງໜົດ: 384 ຊົ່ວໂມງ | |
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ | ເວລາຮຽນ ທັງໜົດ: 736 ຊົ່ວໂມງ | |
ບົດຮຽນທີ່ສອນທັງໜົດ 13 ບົດຮຽນ | ເວລາຮຽນ ທັງໜົດ: 2240 ຊົ່ວໂມງ |
ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............
Email:.................
ອາຫານການໂຮງແຮມ
ປຸງແຕ່ງອາຫານ ແລະ ເຄື່ອງດື່ມ
ໂຮງແຮມ ແລະ ການທ່ອງທ່ຽວ
ປູກຝັງ
ລ້ຽງສັດ
ປ່າໄມ້
ໄຟ້ຟາເຕັກນີກ
ກໍ່ສ້າງເຄຫາສະຖານ
ຊ່າງສ້ອມແປງລົດຍົນ