ການຕິດຕັ້ງ , ສ້ອມແປງເຄື່ອງເຮັດຄວາມເຢັນ - ເຄື່ອງປັບອາກາດ
ຫຼັກສູດດັ່ງກ່າວ ຈະຕັ້ງການຮຽນ-ການສອນ ແບບເຕັມເວລາດັ່ງນີ້: ນັກສຶກສາທຸກຄົນຕ້ອງໄດ້ຮຽນ ໃຫ້ຄົບຕາມຈຳນວນໂມດຸນ ທີ່ໄດ້ກຳນົດໄວ້ໃນຫຼັກສູດ ກຳນົດເວລາຮຽນ ຢ່າງໜ້ອຍ 3 ປີ ຫຼື 6 ພາກຮຽນ ( 120 ອາທິດ ) ໃນສົກຮຽນໜື່ງແບ່ງອອກເປັນ 2 ພາກຮຽນ ມີ 40 ອາທິດ ໜຶ່ງພາກຮຽນມີ 20 ອາທິດ (ຮຽນຕົວຈິງ 16 ອາທິດ, ທວນຄືນ ແລະ ສອບເສັງ 2 ອາທິດ, ແຮ່ໄວ້ 1 ອາທິດ ແລະ ພັກພາກຮຽນ 1 ອາທິດ) ຕ້ອງຜ່ານການທົດສອບ ຫຼື ຜ່ານການສອບເສັງຄັດເລຶອກຄື:ການຂຽນ, ສຳພາດ ແລະ ປະຕິບັດຕົວຈິງໂດຍມີຄະນະກຳມະການທີ່ໄດ້ຮັບການແຕ່ງຕັ້ງຖຶກຕ້ອງຕາມຫຼັກການ ມາຮຽນຕາມແຜນແບ່ງປັນທີ່ທາງກະຊວງ ສຶກສາທິການ ແລະ ກິລາ ກຳນົດໃຫ້ ມີອາຍຸ 17 ປີຂື້ນໄປ ມີຄຸນສົມບັດດີ ສຳເລັດການສຶກສາມັດທະຍົມຕອນປາຍ ຫຼື ທຽບເທົ່າ ສຳລັບຜູ້ສຳເລັດການສຶກສາຊັ້ນກາງໃນອາຊີບທີ່ກ່ຽວຂ້ອງຈະມີການທຽບໂອນໂມດຸນລະຫວ່າງກັນ ຕ້ອງເປັນຜູ້ທີ່ມີສຸຂະພາບແຂງແຮງດີ ແລະ ເໝາະສົມກັບອາຊີບທີ່ກ່ຽວຂ້ອງ ບໍ່ເປັນພະຍາດຕິດແປດ ບໍ່ພົວພັນສີ່ງເສບຕິດ
ສ້າງໃຫ້ຜູ້ຮຽນມີຄວາມຮູ້ , ທັກສະອາຊີບ ແລະ ຄຸນສົມບັດໃຫ້ສອດຄ່ອງ , ແທດເໝາະຄວາມຕ້ອງການຂອງຕະຫຼາດແຮງງານ.
ປະຕິບັດໜ້າທີ່ຕາມການມອບໝາຍ
ປະຕິບັດໃຫ້ຖຶກຕ້ອງຕາມຫຼັກການ , ວີທີການ ແລະ ຂັ້ນຕອນ ດ້ານວິຊາສະເພາະ
ສ້າງໃຫ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກດ້ານວິຊາສະເພາະຕາມທີ່ຮຽນຈົບ
ສ້າງໃຫ້ຜູ້ຮຽນມີມະນຸດສຳພັນທີ່ດີ, ມີຄຸນນະທຳ, ຈະລິຍະທຳ, ມີຄວາມຮັບຜິດຊອບ ແລະ ຈັນຍາບັນໃນອາຊີບ
ປະຕິບັດຫຼັກການພື້ນຖານ ແລະ ຈັນຍາບັນຊ່າງ
ປະຕິບັດມາດຕະຖານຄວາມປອດໄພ ແລະ ສຸຂະພາລານາໄມ
ຄິດໄລ່ປະເມີນລາຄາໃນການຕິດຕັ້ງ ແລະ ສ້ອມແປງເຄື່ອງເຢັນ ແລະ ເຄື່ອງປັບອາກາດ
ແກ້ໄຂບັນຫາ ແລະ ຂໍ້ຂັດຂ້ອງໃນລະບົບ
ຈັດຕັ້ງ ແລະ ແບ່ງວຽກງານ
ຈຳແນກຄຸນສົມບັດຂອງວັດສະດຸ
ນຳໃຊ້ເຄື່ອງມື, ວັດສະດຸ ແລະ ສະຖານທີ່ສຳລັບການເຮັດວຽກຢ່າງເປັນລະບົບ
ກະກຽມເຄື່ອງມື, ວັດສະດຸ ແລະ ສະຖານທີ່ສຳລັບການເຮັດວຽກຢ່າງເປັນລະບົບ
ນຳໃຊ້ວິທີ, ຂັ້ນຕອນໃນການຕິດຕັ້ງ ແລະ ສ້ອມແປງເຄື່ອງເຢັນ ແລະ ປັບອາກາດ
ຈົບຕາມຫຼັກສູດນີ້ ຈະໄດ້ຮັບວຸດທິ ປະກາສະນີຍະບັດວິຊາຊີບຊັ້ນສູງ ລະດັບ 5 ຕາມກົດໝາຍອະຊີວະສຶກສາ
ຫຼັກສູດ ການຕິດຕັ້ງສ້ອມແປງເຄື່ອງເຮັດຄວາມເຢັນ ເຄື່ອງປັບອາກາດ: | ບົດຮຽນທີ່ສອນທັງໜົດ 20 ບົດຮຽນ | ເວລາຮຽນ ທັງໜົດ: 3360 ຊົ່ວໂມງ |
ບົດຮຽນທີ່ສອນທັງໜົດ 5 ບົດຮຽນ | ເວລາຮຽນ ທັງໜົດ: 384 ຊົ່ວໂມງ | |
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ | ເວລາຮຽນ ທັງໜົດ: 736 ຊົ່ວໂມງ | |
ບົດຮຽນທີ່ສອນທັງໜົດ 9 ບົດຮຽນ | ເວລາຮຽນ ທັງໜົດ: 2240 ຊົ່ວໂມງ |
ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............
Email:.................
ອາຫານການໂຮງແຮມ
ປຸງແຕ່ງອາຫານ ແລະ ເຄື່ອງດື່ມ
ໂຮງແຮມ ແລະ ການທ່ອງທ່ຽວ
ປູກຝັງ
ລ້ຽງສັດ
ປ່າໄມ້
ໄຟ້ຟາເຕັກນີກ
ກໍ່ສ້າງເຄຫາສະຖານ
ຊ່າງສ້ອມແປງລົດຍົນ