TVED


ຊື່ຫຼັກສູດ: ຊ່າງໄຟຟ້າທົ່ວໄປ ລະດັບ 2

ຊ່າງໄຟຟ້າທົ່ວໄປ


ລາຍລະອຽດຫຼັກສູດ

ເມື່ອຈົບການສຶກສາ, ຜູ້ຮຽນຈົບໃນສາຂານີ້ຈະສາມາດ: ນໍາໃຊ້ຫຼັກການສຸຂະພາບອານາໄມ ແລະ ຄວາມປອດໄພໃນອາຊີບ ວາງແຜນ ແລະ ຈັດຄວາມເປັນລະບຽບຂອງວຽກ ເດີນສາຍໄຟດ້ວຍທໍ່ PVC ແລະ ວາຍເວໄດ້ ປະກອບ ແລະ ຕິດຕັ້ງຕູ້ແຈກຈ່າຍໄຟຟ້າ ຕິດຕັ້ງສາຍດີນ ບໍາລຸງຮັກສາ ແລະ ການແກ້ໄຂບັນຫາ ທີ່ເກີດຂື້ນໃນອຸປະກອນ ແລະ ເຄື່ອງຈັກໄຟຟ້າ ປະກອບ ແລະ ຕິດຕັ້ງລະບົບຄວບຄຸມໂມເຕີໄຟຟ້າ ຕິດຕັ້ງເສີມ ໃນລະບົບໄຟຟ້າແສງສະຫວ່າງ, ຕິດຕັ້ງປັກສຽບ ແລະ ໄຟສຸກເສີນຕ່າງໆ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ນັກສຶກສາຕ້ອງຮຽນ¬ໃຫ້ຄົບຕາມຈຳນ¬ວ¬ນໂມດູນ ທີ່ກໍາ¬ນົດໄວ້¬ ມີໄລຍະການຮຽນ 6 ເດືອນ ແລະ ມີຈໍານວນ ໂມດູນຫຼັກ 7 ໂມດູນ ອາທິດໜຶ່ງ ຈັດຕັ້ງການຮຽນ¬-ການສອນ¬ 5 ວັນ¬ ແລະ ໜຶ່ງວັນ¬ ບໍ່ເກີນ¬ 7 ຊົ່ວໂມງ, ຊົ່ວໂມງໜຶ່ງ ໃຫ້ຄິດໄລ່ 50 ນາທີ ແຕ່ຖ້າເປັນ¬ຊົ່ວໂມງຄວບ ໃຫ້ຄິດໄລ່ 90 ນ¬າທີ ໃຊ້ເວລາຮຽນ 5 ມື້ຕໍ່ອາທິດ, 7 ຊົ່ວໂມງຕໍ່ມື້, 35 ຊົ່ວໂມງຕໍ່ອາທິດ ອັດຕາສ່ວນຂອງທິດສະດີ ແມ່ນ 15% ແລະ ການປະຕິບັດແມ່ນ 85% ຮຽນຈົບປະຖົມສຶກສາ ຫຼື ທຽບເທົ່າຂຶ້ນໄປ ຈົບວິຊາຊີບຂັ້ນພື້ນຖານລະດັບ 1 ວິຊາສະເພາະທີ່ກ່ຽວຂ້ອງ ຈົບວິຊາຊີບຂັ້ນພື້ນຖານ ຂອງການສຶກສານອກໂຮງຮຽນ ມີສຸຂະພາບຈິດ ແລະ ຮ່າງກາຍແຂງແຮງ ເໝາະສົມກັບອາຊີບທີ່ກ່ຽວຂ້ອງ


ຈຸດປະສົງຂອງຫຼັກສູດ

ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະ, ທັດສະນະຄະຕິ ດ້ານວິຊາຊີບ ແລະ ປະສົບການໃນການປະຕິ ບັດວຽກງານດ້ານຊ່າງໄຟຟ້າທົ່ວໄປ ໄດ້ຕາມມາດຕະຖານດ້ານອາຊີບ ແລະ ສາມາດນໍາ ໃຊ້ທັກ ສະ ແລະ ຄວາມຮູ້ທີ່ມີ ປະສິດທິພາບ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ສ້າງໃຫ້ຜູ້ຮຽນມີຄວາມຄິດສ້າງສັນ, ສາມາດແກ້ໄຂບັນຫາ ແລະ ປະຕິບັດໜ້າທີ່ວຽກງານ ທາງດ້ານ ເຕັກນິກຕາມມາດຕະຖານສະມັດຖະພາບ ເສີມຂະຫຍາຍບຸກຄະລິກກະພາບດີ, ຈັນຍາບັນດ້ານວິຊາຊີບ, ຄຸນສົມບັດສິນທໍາ ແລະ ຄວາມ ຊື່ສັດ.


ຄວາມສາມາດ

ນໍາໃຊ້ຫຼັກການສຸຂະພາບອານາໄມ ແລະ ຄວາມປອດໄພໃນອາຊີບ ວາງແຜນ ແລະ ຈັດຄວາມເປັນລະບຽບຂອງວຽກ ເດີນສາຍໄຟດ້ວຍທໍ່ PVC ແລະ ດ້ວຍລາງວາຍເວໄດ້ ປະກອບ ແລະ ຕິດຕັ້ງຕູ້ແຈກຈ່າຍໄຟຟ້າ ຕິດຕັ້ງສາຍດີນ ບຳລຸງຮັກສາ, ແກ້ໄຂບັນຫາທີ່ເກີດຂຶ້ນໃນອຸປະກອນ ແລະ ເຄື່ອງຈັກໄຟຟ້າ ຕິດຕັ້ງລະບົບໄຟຟ້າແສງສະຫວ່າງ, ຕິດຕັ້ງປັກສຽບໄຟເສີມ ແລະ ໄຟສຸກເສີນຕ່າງໆ ບຳລຸງຮັກສາ ແລະ ສ້ອມແປງເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ຮູ້ກ່ຽວກັບມາດຕະຖານການເຮັດວຽກດ້ານໄຟຟ້າທີ່ມີຄຸນນະພາບ


ລະດັບຫຼັກສູດ

ຜູ້ທີ່ຮຽນຈົບຫຼັກສູດນີ້ຈະໄດ້ຮັບ ໃບຢັ້ງຢືນການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ລະດັບ 2 ໂດຍອີງໃສ່ ຂອບເຂດການກໍານົດໃນກົດຫມາຍດ້ານການສຶກສາດ້ານວິຊາຊີບ, ມາດຕາ 31 ຂອງລະດັບຄຸນວຸດທິ


ເນື້ອໃນຂອງຫຼັກສູດ
ຫຼັກສູດ ຊ່າງໄຟຟ້າທົ່ວໄປ: ບົດຮຽນທີ່ສອນທັງໜົດ 13 ບົດຮຽນ ເວລາຮຽນ ທັງໜົດ: 840 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 2 ບົດຮຽນ ເວລາຮຽນ ທັງໜົດ: 32 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 4 ບົດຮຽນ ເວລາຮຽນ ທັງໜົດ: 80 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 7 ບົດຮຽນ ເວລາຮຽນ ທັງໜົດ: 728 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ