TVED


ຊື່ຫຼັກສູດ: ຊ່າງໄຟຟ້າພາຍໃນອາຄານ ລະດັບ 1

ຊ່າງໄຟຟ້າພາຍໃນອາຄານ


ລາຍລະອຽດຫຼັກສູດ

ພາຍຫຼັງຮຽນຈົບຫຼັກສູດນີ້ ຜູ້ຮຽນຈະມີສາມາດ: ກະກຽມອຸປະກອນ ແລະ ເຄື່ອງມືໃນການຕິດຕັ້ງອຸປະກອນໄຟຟ້າ ຕໍ່ສາຍໄຟຟ້າແບບຕ່າງໆ ໄດ້ຕາມມາດຕະຖານ ເດີນສາຍໄຟແບບຕ່າງໆ ຕິດຕັ້ງດອກໄຟ ແລະ ຫຼອດໄຟ ຕິດຕັ້ງເຕົ້າປັກສຽບ ຕິດຕັ້ງພັດລົມຕິດເພດານ ຕິດຕັ້ງກະດານໄຟຟ້າ ນັກສຶກສາຕ້ອງຮຽນ¬ໃຫ້ຄົບຕາມຈຳນ¬ວ¬ນໂມດູນ ທີ່ກໍານົດໄວ້ ມີໄລຍະການຮຽນ 3 ເດືອນ ແລະ ມີຈໍານວນ ໂມດູນຫຼັກ 7 ໂມດູນ ອາທິດໜຶ່ງ ຈັດຕັ້ງການຮຽນ¬ການສອນ 5 ວັນ ແລະ ໜຶ່ງວັນ ບໍ່ເກີນ 7 ຊົ່ວໂມງ, ຊົ່ວໂມງໜຶ່ງ ໃຫ້ຄິດໄລ່ 50 ນາທີ ແຕ່ຖ້າເປັນ¬ຊົ່ວໂມງຄວບ ໃຫ້ຄິດໄລ່ 90 ນາທີ ທຸກຄົນທີ່ສະໝັກໃຈ ຈົບປະຖົມສຶກສາ ຫລື ທຽບເທົ່າຂື້ນໄປ ມີສຸຂະພາບຈິດ ແລະ ຮ່າງກາຍແຂງແຮງດີ ເໝາະສົມກັບອາຊີບ


ຈຸດປະສົງຂອງຫຼັກສູດ

ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະ, ທັດສະນະຄະຕິ ດ້ານວິຊາຊີບ ແລະ ປະສົບການໃນການປະຕິບັດວຽກງານດ້ານຊ່າງໄຟຟ້າໃນອາຄານໄດ້ຕາມມາດຕະຖານດ້ານອາຊີບ ແລະ ສາມາດນໍາໃຊ້ທັກສະ ແລະ ຄວາມຮູ້ທີ່ມີ ປະສິດທິພາບ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ສ້າງໃຫ້ຜູ້ຮຽນມີຄວາມຄິດສ້າງສັນ, ສາມາດແກ້ໄຂບັນຫາ ແລະ ປະຕິບັດໜ້າທີ່ວຽກງານ ທາງດ້ານເຕັກນິກຕາມມາດຕະຖານສະມັດຖະພາບ ເສີມຂະຫຍາຍບຸກຄະລິກກະພາບດີ, ຈັນຍາບັນດ້ານວິຊາຊີບ, ຄຸນສົມບັດສິນທໍາ ແລະ ຄວາມຊື່ສັດ.


ຄວາມສາມາດ

ປະຕິບັດວຽກຮ່ວມກັບຄົນອື່ນ ຕໍ່ສາຍໄຟຟ້າໄດ້ຫຼາຍແບບ ເດີນສາຍໄຟແບບຕ່າງໆ ຕິດຕັ້ງດອກໄຟ ແລະ ຫຼອດໄຟ ຕິດຕັ້ງເຕົ້າປັກສຽບ ຕິດຕັ້ງພັດລົມຕິດເພດານ ຕິດຕັ້ງກະດານໄຟຟ້າ


ລະດັບຫຼັກສູດ

ຜູ້ທີ່ຮຽນຈົບຫຼັກສູດນີ້ຈະໄດ້ຮັບ ໃບຢັ້ງຢືນການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ລະດັບ 1 ໂດຍອີງໃສ່ ຂອບເຂດການກໍານົດໃນກົດຫມາຍດ້ານການສຶກສາດ້ານວິຊາຊີບ, ມາດຕາ 31 ຂອງລະດັບຄຸນວຸດທິ


ເນື້ອໃນຂອງຫຼັກສູດ
ຫຼັກສູດ ຊ່າງໄຟຟ້າພາຍໃນອາຄານ: ບົດຮຽນທີ່ສອນທັງໜົດ 12 ບົດຮຽນ ເວລາຮຽນ ທັງໜົດ: 420 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 2 ບົດຮຽນ ເວລາຮຽນ ທັງໜົດ: 32 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 3 ບົດຮຽນ ເວລາຮຽນ ທັງໜົດ: 48 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 7 ບົດຮຽນ ເວລາຮຽນ ທັງໜົດ: 340 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ