ວິຊາຊີບ ຊັ້ນຕົ້ນ ລະດັບ 3 ແປຮູບອາຫານ
ມາດຖານອາຊີບນີ້ໄດ້ກວມເອົາໜ້າທີ່ຫຼັກທັງໝົດຂອງນັກວິຊາການແປຮູບອາຫານທີ່ມີ, ເປັນຕົ້ນແມ່ນການຮັບປະກັນຄວາມປອດໄພ, ການກວດເຊັກ ແລະ ການນໍາໃຊ້ວັດຖຸອຸປະກອນເຄື່ອງມືທີ່ຮັບໃຊ້ໃນການຜະລິດໂດຍພື້ນ ຖານທົ່ວໄປ, ການຄັດເລືອກ ແລະ ກະກຽມວັດຖຸດິບ, ການແປຮູບອາຫານ ດ້ວຍວິທີການຕ່າງໆ, ການກວດກາ ຜະລິດຕະພັນລວມໄປເຖີງການບັນຈຸຫໍ່ຫຸ້ມ ລວມໄປເຖີງວິທີການໃນການເກັບຮັກສາຜະລິດຕະພັນ.
ເພື່ອເພີ່ມຄວາມຮູ້, ທັກສະວິຊາຊີບ, ສ້າງປະສົບການຂອງນັກວິຊາການແປຮູບອາຫານໃຫ້ແກ່ຜູ້ຮຽນ ໂດຍອີງໃສ່ມາດຕະຖານອາຊີບ, ສ້າງໃຫ້ຜູ້ຮຽນມີຄວາມສາມາດໃນການນຳໃຊ້ຄວາມຮູ້, ທັກສະ ແລະ ຄວາມ ສາມາດຢ່າງມີປະສິດທິພາບບົນພື້ນຖານຄວາມຕ້ອງການຂອງຕະຫຼາດແຮງງານ; ຄວາມກ້າວໜ້າ ທາງດ້ານເຕັກໂນໂລຊີເພື່ອພັດທະນາຕົນເອງ; ເສດຖະກິດສັງຄົມ ແລະ ປະເທດຊາດ ເພື່ອສົ່ງເສີມໃຫ້ມີການປ່ຽນແປງໃໝ່, ແກ້ໄຂບັນຫາຕ່າງໆ ແລະ ເພື່ອໃຫ້ສາມາດດຳເນີນໜ້າວຽກຕ່າງໆທາງດ້ານເຕັກນິກ ໂດຍອີງໃສ່ມາດຕະຖານສະມັດຕະພາບ ເພື່ອເສີມສ້າງໃຫ້ຜູ້ຮຽນມີທັກສະທີ່ດີ, ມີຈັນຍາບັນໃນອາຊີບ, ມີຄຸນນະທຳ ແລະ ມີຄວາມຊື່ສັດຕໍ່ອາຊີບຂອງຕົນ ແນໃສ່ເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີລະດັບທາງດ້ານສີມື
ນຳໃຊ້ທັກສະພື້ນຖານໃນການພົວພັນວຽກພາຍໃນ ສະຖານທີ່ເຮັດວຽກ ນຳໃຊ້ທັກສະການເຈລະນາເຂົ້າໃນວຽກງານທີ່ກ່ຽວຂ້ອງ ເຮັດວຽກຮ່ວມກັບຄົນອື່ນ ເຮັດວຽກໃນສະພາບແວດລ້ອມທີ່ເປັນທີມ ເຮັດວຽກຢ່າງມີສ່ວນຮ່ວມໃນການສື່ສານພາຍໃນສະຖານທີ່ເຮັດວຽກ ນຳໃຊ້ຫຼັກການສຸຂະອານາໄມ ແລະ ຄວາມປອດໄພໃນອາຊີບ ຮັກສາຄວາມປອດໄພ ແລະ ສຸຂະອະນາໄມໃນ ອາຫານ ນຳພາທີມຂະໜາດນ້ອຍ ດໍາເນີນນະໂຍບາຍດ້ານສີ່ງແວດລ້ອມ ແລະ ລະບຽບການ ປະພຶດຕົວໃຫ້ມີຄ່ານິຍົມທີ່ດີໃນການເຮັດວຽກວຽກ ຮັກສາຄວາມເປັນລະບຽບຂອງສະຖານທີ່ເຮັດວຽກ ດຳເນີນການຕະຫຼາດສຳລັບທຸລະກິດຂະໜາດນ້ອຍ ແກ້ໄຂບັນຫາເກີດຂຶ້ນທີ່ພົວພັນເຖິງກິດຈະກຳຂອງວຽກ ຮັບ ແລະ ບັນຈຸວັດຖຸດິບໄວ້ໃນສາງ ຄວບຄຸມ ແລະ ສັ່ງສິນຄ້າເຂົ້າມາບັນຈຸໄວ້ໃນສາງ ແປຮູບອາຫານດ້ວຍການເອືອບເກືອ,ການໝັກແລະການຢ້າງ ຫຼື ຮົມຄັວນ ແປຮູບອາຫານດ້ວຍການອົບແຫ້ງ ແລະ ຕາກແຫ້ງ ແປຮູບອາຫານດ້ວຍວິທີການໝັກ ແລະ ດອງ ແປຮູບອາຫານດ້ວຍການເຊື້ອມ ຫຼື ການແຊ່ອິ່ມດ້ວຍນໍ້າຕານ ແປຮູບອາຫານໂດຍການນໍາໃຊ້ຄວາມຮ້ອນ ຄວບຄຸນນະພາບໃນການແປຮູບອາຫານ ທົດສອບມາດຕະຖານຄວາມປອດໄພໃນອາຫານ ດຳເນີນຂະບວນການຫຸ້ມຫໍ່ ດຳເນີນການກວດສອບພື້ນຖານກ່ຽວກັບວັດຖຸດິບທັງໃນ ແລະ ພາຍຫຼັງມີຜະລິດຕະພັນທີ່ສຳເລັດແລ້ວ ເຮັດວຽກໃນຫ້ອງສາງແຊ່ແຂງ ເຮັດວຽກພາຍໃນຫ້ອງທີ່ມີການຄວບຄຸມອຸນຫະພຸມ ນໍາໃຊ້ເຄື່ອງມື ແລະ ອຸປະກອນວັດຄ່າມາດຕະຖານ ນໍາໃຊ້ເຄື່ອງມື, ອຸປະກອນ ແລະ ເຄື່ອງໃຊ້ໃນ ການແປຮູບ
ວິຊາຊີບ ຊັ້ນຕົ້ນ ລະດັບ 3 ແປຮູບອາຫານ
ຫຼັກສູດ ວິຊາຊີບ ຊັ້ນຕົ້ນ ລະດັບ 3 ແປຮູບອາຫານ: | ບົດຮຽນທີ່ສອນທັງໜົດ 30 ບົດຮຽນ | ເວລາຮຽນ ທັງໜົດ: 1974 ຊົ່ວໂມງ |
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ | ເວລາຮຽນ ທັງໜົດ: 228 ຊົ່ວໂມງ | |
ບົດຮຽນທີ່ສອນທັງໜົດ 8 ບົດຮຽນ | ເວລາຮຽນ ທັງໜົດ: 256 ຊົ່ວໂມງ | |
ບົດຮຽນທີ່ສອນທັງໜົດ 16 ບົດຮຽນ | ເວລາຮຽນ ທັງໜົດ: 1456 ຊົ່ວໂມງ | |
ບົດຮຽນທີ່ສອນທັງໜົດ ... ບົດຮຽນ | ເວລາຮຽນ ທັງໜົດ: .... ຊົ່ວໂມງ |
ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............
Email:.................
ອາຫານການໂຮງແຮມ
ປຸງແຕ່ງອາຫານ ແລະ ເຄື່ອງດື່ມ
ໂຮງແຮມ ແລະ ການທ່ອງທ່ຽວ
ປູກຝັງ
ລ້ຽງສັດ
ປ່າໄມ້
ໄຟ້ຟາເຕັກນີກ
ກໍ່ສ້າງເຄຫາສະຖານ
ຊ່າງສ້ອມແປງລົດຍົນ