TVED


ຊື່ຫຼັກສູດ: ວິຊາຊີບ ລະດັບ2 ຊ່າງສ້ອມແປງລົດຍົນ

ຊ່າງສ້ອມແປງລົດຍົນ


ລາຍລະອຽດຫຼັກສູດ

ຫຼັກສູດນີ້ແມ່ນເນັ້ນໃສ່ການພັດທະນາທາງດ້ານຄວາມຮູ້, ທັກສະ ແລະ ຄຸນສົມບັດໃນຂົງເຂດອາຊີບ ສ້ອມແປງລົດຍົນ ໃຫ້ມີ “ສີມືເດັ່ນ, ເນັ້ນທາງດ້ານຄຸນນະພາບໃນການປະກອບອາຊີບ” ຜູ້ປະຕິບັດວຽກບໍລິການ ແລະ ສ້ອມແປງລົດຍົນມີທັດສະນະ ແລະ ຈັນຍາບັນດັ່ງນີ້: ປະພຶດຕົນຢ່າງຖືກຕ້ອງຕາມຈັນຍາບັນຂອງອາຊີບທີ່ດີ ມີສະຕິຕໍ່ການຈັດຕັ້ງ, ມີວິໄນເຂັ້ມງວດ, ກົງຕໍ່ເວລາ ແລະ ຊື່ສັດຕໍ່ອາຊີບຂອງຕົນເອງ ມີຄວາມອົດທົນ, ດຸໜັ່ນຂະຫຍັນພຽນ, ມັກຄວາມກ້າວໜ້າ ແລະ ສະແຫວງຫາຄວາມຮູ້ອັນໃໝ່ໆ ມີມະນຸດສຳພັນດີ, ຮູ້ຮັກຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ ນັກສຶກສາຕ້ອງໄດ້ຮຽນໃຫ້ຄົບຕາມໂມດູນທີ່ກຳນົດໄວ້ ນັກສຶກສາຕ້ອງຮຽນ¬ໃຫ້ຄົບຕາມຈຳນ¬ວ¬ນໂມດູນ ທີ່ກໍາ¬ນົດໄວ້¬ ມີໄລຍະການຮຽນ 6 ເດືອນ ແລະ ມີຈໍານວນ ໂມດູນຫຼັກ 6 ໂມດູນ ອາທິດໜຶ່ງ ຈັດຕັ້ງການຮຽນ¬-ການສອນ¬ 5 ວັນ¬ ແລະ ໜຶ່ງວັນ¬ ບໍ່ເກີນ¬ 7 ຊົ່ວໂມງ, ຊົ່ວໂມງໜຶ່ງ ໃຫ້ຄິດໄລ່ 50 ນາທີ ແຕ່ຖ້າເປັນ¬ຊົ່ວໂມງຄວບ ໃຫ້ຄິດໄລ່ 90 ນ¬າທີ ຮຽນຈົບປະຖົມສຶກສາ ຫຼື ທຽບເທົ່າຂຶ້ນໄປ ຈົບວິຊາຊີບຂັ້ນພື້ນຖານລະດັບ 1 ວິຊາສະເພາະທີ່ກ່ຽວຂ້ອງ ຈົບວິຊາຊີບຂັ້ນພື້ນຖານ ຂອງການສຶກສານອກໂຮງຮຽນ ມີສຸຂະພາບຈິດ ແລະ ຮ່າງກາຍແຂງແຮງ ເໝາະສົມກັບອາຊີບທີ່ກ່ຽວຂ້ອງ


ຈຸດປະສົງຂອງຫຼັກສູດ

ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບ ການສ້ອມແປງລົດຍົນ ກົງກັບມາດຕະຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະ ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ ວຽກງານດ້ານວິຊາ ສະເພາະຕາມລະດັບທີ່ຕົນຮຽນຈົບ ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທໍາ ແລະ ຈັນຍາບັນໃນອາຊີບ


ຄວາມສາມາດ

ປະຕິບັດການປະກອບວິຊາຊີບຢ່າງມືອາຊີບ ນໍາໃຊ້ຊີນ ແລະ ກາວທີ່ເໝາະສົມ ຈອດໂລຫະດ້ວຍເຄື່ອງຈອດໄຟຟ້າ ບໍລິການ ແລະ ບໍາລຸງຮັກສາເຄື່ອງຈັກ ສ້ອມແປງ ແລະ ການບຳລຸງຮັກສາຊ່ວງລ່າງ ບໍລິການ ແລະ ບຳລຸງຮັກສາລະບົບເກຍທຳມະດາ ບໍລິການ ແລະ ບຳລຸງຮັກສາໄຟຟ້າລົດຍົນ ບໍລິການລະບົບຄວບຄຸມເຄື່ອງຈັກ ບໍລິການລະບົບປັບອາກາດລົດຍົນ


ລະດັບຫຼັກສູດ

ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບວຸດທິການສຶກສາ ວິຊາຊີບຂັ້ນພື້ນຖານ ໂດຍອີງຕາມຂອບວຸດທິ ວິຊາຊີບທີ່ກຳນົດໃນກົດໝາຍອາຊີວະສຶກສາ ມາດຕາ 31 ລະດັບວຸດທິວິຊາຊີບ


ເນື້ອໃນຂອງຫຼັກສູດ
ຫຼັກສູດ ຊ່າງສ້ອມແປງລົດຍົນ ລະດັບ 2 : ບົດຮຽນທີ່ສອນທັງໜົດ 14 ບົດຮຽນ ເວລາຮຽນ ທັງໜົດ: 840 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 2 ບົດຮຽນ ເວລາຮຽນ ທັງໜົດ: 32 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ ເວລາຮຽນ ທັງໜົດ: 128 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ ເວລາຮຽນ ທັງໜົດ: 680 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ