TVED


ຊື່ຫຼັກສູດ: ຊ່າງສ້ອມແປງລົດຍົນລະດັບ 1

ຊ່າງສ້ອມແປງລົດຍົນລະດັບ 1


ລາຍລະອຽດຫຼັກສູດ

ຫຼັກສູດນີ້ແມ່ນເນັ້ນໃສ່ການພັດທະນາທາງດ້ານຄວາມຮູ້, ທັກສະ ແລະ ຄຸນສົມບັດໃນຂົງເຂດອາຊີບ ສ້ອມແປງລົດຍົນ ໃຫ້ມີ “ສີມືເດັ່ນ, ເນັ້ນທາງດ້ານຄຸນນະພາບໃນການປະກອບອາຊີບ” ນັກສຶກສາຕ້ອງໄດ້ຮຽນໃຫ້ຄົບຕາມໂມດູນທີ່ກຳນົດໄວ້ ຫຼັກສູດນີ້ໃຊ້ເວລາຮຽນ 4 ເດືອນ ພາກຮຽນໜຶ່ງໃຊ້ເວລາຮຽນຕົວຈິງ ບໍ່ຫລຸດ 16 ອາທິດ, ໜຶ່ງອາທິດ ຈັດການຮຽນ¬ການສອນ 5 ວັນ¬ ແລະ ໜຶ່ງວັນ ຮຽນບໍ່ເກີນ¬ 7 ຊົ່ວໂມງ, ຊົ່ວໂມງໜຶ່ງ ໃຫ້ຄິດໄລ່ 50 ນາທີ ແຕ່ຖ້າເປັນຊົ່ວໂມງຄວບ ໃຫ້ຄິດໄລ່ 90 ນາທີ ສັດສ່ວນການຈັດຕັ້ງການຮຽນ-ການສອນສຳລັບ ພາກທິດສະດີ 10 % ແລະ ພາກປະຕິບັດ 90%


ຈຸດປະສົງຂອງຫຼັກສູດ

ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບ ການສ້ອມແປງລົດຍົນ ກົງກັບມາດຕະຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະ ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການ ຂອງຕະຫຼາດແຮງງານ ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ ວຽກງານດ້ານວິຊາ ສະເພາະຕາມລະດັບທີ່ຕົນຮຽນຈົບ ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທໍາ ແລະ ຈັນຍາບັນໃນອາຊີບ


ຄວາມສາມາດ

ສື່ສານໃນສະຖານທີ່ເຮັດວຽກ ແລະ ເຮັດວຽກຮ່ວມກັບຄົນອື່ນ ກຳນົດຄຸນຄ່າຄວາມສຳຄັນຂອງໜ້າວຽກ ປະຕິບັດວຽກແມ່ບ້ານ ນໍາໃຊ້ແນວຄວາມຄິດ ແລະ ຄະນິດສາດພື້ນຖານ ປົກປັກຮັກສາສິ່ງແວດລ້ອມໃນການປະຕິບັດວຽກ ປະຕິບັດການວັດແທກ ແລະ ຄິດໄລ່ ນໍາໃຊ້ນໍ້າມັນລໍ່ມື່ນ ແລະ ສານທໍາຄວາມເຢັນ ຕີຄວາມໝາຍແບບເຕັກນິກ ບຳລຸງຮັກສາສະຖານທີ່ເຮັດວຽກ ປະຕິບັດວຽກພື້ນຖານຊ່າງ ບຳລຸງຮັກສາເຄື່ອງຈັກ ບໍາລຸງຮັກສາລະບົບຮອງຮັບ ຊ່ວຍຊ່າງໃນການຍົກເຄື່ອງຈັກ ບໍາລຸງຮັກສາລະບົບໄຟຟ້າລົດຍົນ ກວດສອບລະບົບປັບອາກາດລົດຍົນ ບໍລິການໝໍ້ໄຟລົດຍົນ


ລະດັບຫຼັກສູດ

ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບວຸດທິການສຶກສາ ວິຊາຊີບຂັ້ນພື້ນຖານ ໂດຍອີງຕາມຂອບວຸດທິ ວິຊາຊີບທີ່ກຳນົດໃນກົດໝາຍອາຊີວະສຶກສາ ມາດຕາ 31 ລະດັບວຸດທິວິຊາຊີບ.


ເນື້ອໃນຂອງຫຼັກສູດ
ຫຼັກສູດ ຊ່າງສ້ອມແປງລົດຍົນລະດັບ 1: ບົດຮຽນທີ່ສອນທັງໜົດ 17 ບົດຮຽນ ເວລາຮຽນ ທັງໜົດ: 612 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ ເວລາຮຽນ ທັງໜົດ: 72 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 5 ບົດຮຽນ ເວລາຮຽນ ທັງໜົດ: 120 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ ເວລາຮຽນ ທັງໜົດ: 420 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ