TVED


ຊື່ຫຼັກສູດ: ວິຊາຊີບ ລະດັບ1 ຊ່າງສ້ອມແປງກົນຈັກກະສິກຳ

ຊ່າງສ້ອມແປງກົນຈັກກະສິກຳ


ລາຍລະອຽດຫຼັກສູດ

ຫຼັກສູດອາຊີວະສຶກສາ ວິຊາຊີບ ລະດັບ 1 ສະບັບນີ້ໄດ້ຮັບການພັດທະນາຂຶ້ນ ໂດຍສອດຄ່ອງກັບຂົງເຂດອາຊີບ: ການສ້ອມແປງກົນຈັກ ໃຫ້ສອດຄ່ອງກັບກົດໝາຍອາຊີວະສຶກສາ ສະບັບເລກທີ 42/ສພຊ, ລົງວັນທີ 23 ທັນວາ 2013. ເຂົ້າຮ່ວມການພັດທະນາ ແລະ ປັບປຸງຫຼັກສູດສະບັບນີ້ປະກອບມີ ຊ່ຽວຊານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ກັບອາຊີວະສຶກສາ ໄລຍະ 2, ນັກວິຊາການ, ຄູອາຈານ ແລະ ຜູ້ມີປະສົບ ການທາງດ້ານການພັດທະນາຫຼັກສູດ ຈາກຫຼາຍພາກສ່ວນເຂົ້າຮ່ວມ. ຫຼັກສູດ ແມ່ນມີລັກສະນະຈັດການຮຽນ-ການສອນ ເປັນໂມດູນ ໂດຍອີງໃສ່ມາດຕະຖານຫຼັກສູດອາຊີວະສຶກສາແຫ່ງຊາດ ສະບັບເລກທີ 7247/ສສກ.ອສ.15; ລົງວັນທີ 30 ພະຈິກ 2015 ຜູ້ຮຽນສາມາດຮຽນຈົບແຕ່ລະ ໂມດູນ ພາຍໃນຂົງເຂດອາຊີບນີ້ໃຊ້ເວລາຮຽນແມ່ນ 4 ເດືອນ ແລະ ສາມາດຮຽນຕໍ່ໄດ້ໃນລະດັບສູງຂຶ້ນໄປໄດ້ ພ້ອມດຽວກັນນັ້ນ, ນັກສຶກສາຍັງສາມາດຍ້າຍສະຖານທີ່ຮຽນໄດ້ຕາມສະຖານອາຊີວະສຶກສາທີ່ມີຫຼັກສູດການຮຽນ-ການສອນ ໃນສາຂາອາຊີບ ການສ້ອມແປງກົນຈັກ. ຈຸດປະສົງຕົ້ນຕໍຂອງຫຼັກສູດນີ້ ແມ່ນສ້າງບຸກຄະລາກອນໃຫ້ມີສີມືທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດແຮງງານ ແລະ ການປ່ຽນແປງທາງດ້ານສະພາບແວດລ້ອມ, ເສດຖະກິດ ແລະ ສັງຄົມ. ຫຼັກສູດນີ້ ອາດຍັງຂາດຕົກບົກພ່ອງທາງດ້ານເນື້ອໃນບາງຈຸດ. ສະນັ້ນ, ຈ່ຶ່ງຮຽກຮ້ອງມາຍັງຜູ້ສະ ໜອງການຝຶກອົບຮົມ, ສະຖານອາຊີວະສຶກສາ, ສະຖານປະກອບການ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ກະລຸນາສົ່ງຂ່າວມາຍັງ ສະຖາບັນພັດທະນາອາຊີວະສຶກສາ ເພື່ອປັບປຸງແກ້ໄຂໃຫ້ສົມບູນຂຶ້ນກ່ວາເກົ່າ.


ຈຸດປະສົງຂອງຫຼັກສູດ

ສ້າງໃຫ້ຜູ້ຮຽນມີຄວາມຮູ້ເພື່ອໝູນໃຊ້ເຂົ້າໃນການປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແລະ ແທດເຫມາະກັບຄວາມຕ້ອງການຂອງຕະຫລາດແຮງງານ ສ້າງໃຫ້ຜູ້ຮຽນມີທັກສະອາຊີບ ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ມີຫົວຄິດປະດິດສ້າງ, ສາມາດເຮັດວຽກເປັນທີມງານ ແລະ ສາມາດແກ້ໄຂບັນຫາໃນວຽກງານ ວິຊາສະເພາະຂອງຕົນໄດ້ຢ່າງ ມີປະສິດພາບ ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ


ຄວາມສາມາດ

ສື່ສານໃນສະຖານທີ່ເຮັດວຽກ ແລະ ເຮັດວຽກຮ່ວມກັບຄົນອື່ນ ນໍາໃຊ້ນໍ້າມັນລໍ່ມື່ນ ແລະ ສານທໍາຄວາມເຢັນ ຕີຄວາມໝາຍແບບເຕັກນິກ ບຳລຸງຮັກສາສະຖານທີ່ເຮັດວຽກ ປະຕິບັດວຽກພື້ນຖານຊ່າງ ບຳລຸງຮັກສາເຄື່ອງຈັກ ບໍາລຸງຮັກສາລະບົບຮອງຮັບ ຊ່ວຍຊ່າງໃນການຍົກເຄື່ອງຈັກ ບໍາລຸງຮັກສາລະບົບໄຟຟ້າລົດຍົນ ບໍລິການໝໍ້ໄຟເຄື່ອງຈັກກະສິກຳ ບໍລິການເຄື່ອງຈັກຂະໜາດນ້ອຍ


ລະດັບຫຼັກສູດ

ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບວຸດທິການສຶກສາ ວິຊາຊີບຂັ້ນພື້ນຖານ ໂດຍອີງຕາມຂອບວຸດທິ ວິຊາຊີບທີ່ກຳນົດໃນກົດໝາຍອາຊີວະສຶກສາ ມາດຕາ 31 ລະດັບວຸດທິວິຊາຊີບ.


ເນື້ອໃນຂອງຫຼັກສູດ
ຫຼັກສູດ ຊ່າງສ້ອມແປງກົນຈັກກະສິກຳ: ບົດຮຽນທີ່ສອນທັງໜົດ 15 ບົດຮຽນ ເວລາຮຽນ ທັງໜົດ: 560 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 2 ບົດຮຽນ ເວລາຮຽນ ທັງໜົດ: 32 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 7 ບົດຮຽນ ເວລາຮຽນ ທັງໜົດ: 112 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 6 ບົດຮຽນ ເວລາຮຽນ ທັງໜົດ: 416 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ