TVED


ຊື່ຫຼັກສູດ: ວິຊາຊີບລະດັບ2 ການຜະລິດພືດຜັກອິນຊີ

ການຜະລິດພືດຜັກອິນຊີ


ລາຍລະອຽດຫຼັກສູດ

ມາດຖານອາຊີບນີ້ໄດ້ກວມເອົາໜ້າວຽກຫຼັກທັງໝົດທີ່ຜູ້ການປູກພຶດຜັກອິນຊີຄວນມີ ເປັນຕົ້ນແມ່ນການສ້າງ ຄວາມຍືນຍົງຕໍ່ຄວາມອຸດົມສົມບູນຂອງດິນ, ຄວາມສົມບູນຂອງລະບົບນິນິເວດ ແລະ ສຸຂະພາບຂອງຄົນ. ໜ້າທີ່ ຂອງຜູ້ຜະລິດກະສິກຳອິນຊີມັກຈະຕິດພັນກັບຂອບເຂດໜ້າທີ່ທັງໝົດໃນການຜະລິດພືດອິນຊີ, ການຜະລິດ ຝຸ່ນອິນຊີ, ການລ້ຽງສັດອິນຊີ ແລະ ການຜະລິດນ້ຳສະກັດອິນຊີ ຫຼື ນ້ຳສະກັດຊີວະພາບຕ່າງໆ. ພາຍຫຼັງຮຽນຈົບແລ້ວ, ຜູ້ຮຽນຈົບຈະມີຄວາມສາມາດດັ່ງນີ້: ນຳໃຊ້ຄວາມເປັນມືອາຊີບໃນການປະຕິບັດວຽກງານ ເຮັດວຽກໃນສະພາບແວດລ້ອມທີ່ເປັນທີມ ສື່ສານພາຍໃນສະຖານທີ່ເຮັດວຽກ ນຳໃຊ້ຫຼັກການສຸຂະພາບອານາໄມ ແລະ ຄວາມປອດໄພໃນອາຊີບ ນຳໃຊ້ມາດຕະການຄວາມປອດໄພໃນການປະຕິບັດຢູ່ພາຍໃນຟາມ ວາງແຜນ ແລະ ຈັດແຈງວຽກ ເບິ່ງແຍງຮັກສາຕົ້ນພືດທີ່ຍັງອ່ອນ ປູກໄມ້ຢືນຕົ້ນ ເບິ່ງແຍງຮັກສາພື້ນທີ່ປູກພືດ ຜະລິດນ້ຳສະກັດຊີວະພາບ ລ້ຽງໄກ່ອິນຊີ ລ້ຽງໝູອິນຊີນ ລ້ຽງສັດຄ້ຽວເອື້ອງຂະໜາດນ້ອຍແບບອິນຊີ ດຳເນີນການຈົດບັນທຶກ ແລະ ເກັບມ້ຽມ ຈັດຕັ້ງການຮຽນ-ການສອນແບບໂມດຸນ ຜູ້ຮຽນມີຄວາມຈຳເປັນຕ້ອງໄດ້ຮຽນໃຫ້ຄົບທຸກໂມດູນຕາມຫຼັກສູດ ໄລຍະເວລາໃນການຮຽນໂດຍປະມານ 10 ເດືອນ ແລະ 2 ອາທິດທີ່ແຮໄວ້ສຳລັບວັນພັກຕ່າງໆ ໜຶ່ງອາທິດຮຽນ 5 ວັນ, ໜຶ່ງວັນຮຽນ 6-7 ຊົ່ວໂມງ, ໜຶ່ງອາທິດຮຽນ 30-35 ຊົ່ວໂມງ ການສອນຊົ່ວໂມງດ່ຽວ ໜຶ່ງຊົ່ວໂມງໃນເວລາ 50 ນາທີ ແລະ ການສອນຊົ່ວໂມງຄວບ ສອງຊົ່ວໂມງໃຊ້ເວລາຮຽນ 90 ນາທີ


ຈຸດປະສົງຂອງຫຼັກສູດ

ເພື່ອເພີ່ມຄວາມຮູ້, ທັກສະວິຊາຊີບ, ສ້າງປະສົບການໃນການຜະລິດພືດອີນຊີໃຫ້ແກ່ຜູ້ຮຽນໂດຍ ອີງໃສ່ມາດຕະຖານອາຊີບ, ສ້າງໃຫ້ຜູ້ຮຽນມີຄວາມສາມາດໃນການນຳໃຊ້ຄວາມຮູ້, ທັກສະ ແລະ ຄວາມ ສາມາດຢ່າງມີປະສິດທິພາບບົນພື້ນຖານຄວາມຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນ ເພື່ອສົ່ງເສີມໃຫ້ມີການປ່ຽນແປງໃໝ່, ແກ້ໄຂບັນຫາຕ່າງໆ ແລະ ເພື່ອໃຫ້ສາມາດດຳເນີນໜ້າວຽກ ຕ່າງໆທາງດ້ານເຕັກນິກ ໂດຍອີງໃສ່ມາດຕະຖານສະມັດຕະຖານ ເພື່ອເສີມສ້າງໃຫ້ຜູ້ຮຽນມີທັກສະທີ່ດີ, ມີຈັນຍາບັນໃນອາຊີບ, ມີຄຸນນະທຳ ແລະ ມີຄວາມຊື່ສັດຕໍ່ອາຊີບຂອງຕົນ


ຄວາມສາມາດ

ຝຶກຄວາມເປັນມືອາຊີບໃນການປະຕິບັດວຽກງານ ເຮັດວຽກໃນສະພາບແວດລ້ອມທີ່ເປັນທີມ ປະຕິບັດການສື່ສານພາຍໃນສະຖານທີ່ເຮັດວຽກ ນຳໃຊ້ຫຼັກການສຸຂະພາບອານາໄມ ແລະ ຄວາມປອດໄພໃນອາຊີບ ນຳໃຊ້ມາດຕະການຄວາມປອດໄພໃນການປະຕິບັດຢູ່ພາຍໃນຟາມ ວາງແຜນ ແລະ ຈັດແຈງວຽກ ເບິ່ງແຍງຮັກສາຕົ້ນພືດທີ່ຍັງອ່ອນ ປູກໄມ້ຢືນຕົ້ນ ເບິ່ງແຍງຮັກສາພື້ນທີ່ປູກພືດ ຜະລິດນ້ຳສະກັດຊີວະພາບ ລ້ຽງໄກ່ອິນຊີ ລ້ຽງໝູອິນຊີນ ລ້ຽງສັດຄ້ຽວເອື້ອງຂະໜາດນ້ອຍແບບອິນຊີ ດຳເນີນການຈົດບັນທຶກ ແລະ ເກັບມ້ຽມ


ລະດັບຫຼັກສູດ

ຜູ້ທີ່ສຳເລັດການສຶກສາຕາມຫຼັກສູດນີ້, ຈະໄດ້ຮັບໃບຢັ້ງຢືນພື້ນຖານວິຊາຊີບ ລະດັບ 2 (ວິຊາຊີບເຄິ່ງສຳນານງານ) ຕາມຂອບຄຸນວຸດທິທີ່ໄດ້ກຳນົດໄວ້ໃນກົດໝາຍອາຊີວະສຶກສາ, ມາດຕາ 31: ວ່າດ້ວຍລະດັບວຸດທິອາຊີບ.


ເນື້ອໃນຂອງຫຼັກສູດ
ຫຼັກສູດ ວິຊາຊີບລະດັບ2 ການຜະລິດພືດຜັກອິນຊີ: ບົດຮຽນທີ່ສອນທັງໜົດ 14 ບົດຮຽນ ເວລາຮຽນ ທັງໜົດ: 479 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 3 ບົດຮຽນ ເວລາຮຽນ ທັງໜົດ: 96 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 3 ບົດຮຽນ ເວລາຮຽນ ທັງໜົດ: 102 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 8 ບົດຮຽນ ເວລາຮຽນ ທັງໜົດ: 281 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ