TVED


ຊື່ຫຼັກສູດ: ວິຊາຊີບລະດັບ1 ການຜະລິດພືດຜັກອິນຊີ

ການຜະລິດພືດຜັກອິນຊີ


ລາຍລະອຽດຫຼັກສູດ

ເປັນສິ່ງທີ່ປະກົດໃຫ້ເຫັນຢ່າງຈະແຈ້ງແລ້ວຜູ້ທີ່ມີທັກສະຫຼາຍກວ່າ ຫຼື ມີຄວາມສາມາດຫຼາຍກວ່າມັກຈະເປັນຜູ້ທີ່ມີໂອກາດຫຼາຍກວ່າໃນການຫາວຽກເຮັດງານທຳ. ເພື່ອຕອບສະໜອງໃຫ້ທັນກັບສະພາບການຂະຫຍາຍຕົວຂອງເສດຖະກິດລາວໃນປະຈຸບັນນີ້, ລັດຖະບານ ໂດຍສະເພາະແມ່ນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ໄດ້ພະຍາຍາມຢ່າງໜັກໃນການພັດທະນາຄຸນະພາບການສຶກສາ. ໃນນັ້ນ, ຂະແໜງອາຊີວະສຶກສາແມ່ນບູລິມະສິດອັນດັບທຳອິດທີ່ລັດຖະບານລາວ ມີຄວາມພະຍາຍາມສູງໃນການພັດທະນາ ທັງນີ້ກໍ່ເນື່ອງຈາກວ່າປະເທດລາວກໍາລັງເປັນໜຶ່ງໃນບັນດາປະເທດທີ່ພອມມີຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດໄວຢູ່ພາກພື້ນອາຊຽນ. ເມື່ອເປັນເຊັ່ນນັ້ນ, ທຸກຂະແໜງການອຸດສະຫະກຳແມ່ນໄດ້ຮຽກຮ້ອງໃຫ້ມີພະນັກງານທີ່ມີທັກສະໃນລະດັບທີ່ນອນ ເພື່ອປະກອບເຂົ້າໃນແຕ່ລະໜ້າວຽກ. ຫຼັກສູດແບບເນັ້ນສະມັດຖະພາບສຳລັບຊາວກະສິກອນຜະລິດອິນຊີ, ກໍ່ແມ່ນໜຶ່ງໃນບັນດາມາດຖານສະມັດຖະພາບທີ່ມີຄວາມຈຳເປັນຕ້ອງໄດ້ຮັບການພັດທະນາ ເພື່ອໃຫ້ສາມາດຕອບສະໜອງບຸກຄະລາກອນ ຫຼື ກຳລັງຜະລິດໃຫ້ແກ່ຂະແໜງກະສິກຳ ໂດຍສະເພາະແມ່ນການຜະລິດກະສິກຳອິນຊີໃນ ສປປ ລາວ. ດ້ວຍເຫດນັ້ນ, ມາດຖານສະມັດຖະພາບສະບັບນີ້ ຈະສາມາດຕອບສະໜອງໜ້າທີ່ ແລະ ໜ້າວຽກທີ່ຈຳເປັນທັງໝົດທີ່ຊາວກະສິກອນຜະລິດອິນຊີຄວນມີ ເຊິ່ງລວມເອົາໜ້າທີ່ໃນການຮັບປະກັນຄວາມປອດໄພ, ການນຳໃຊ້ເຄື່ອງມື ແລະ ອຸປະກອນພາຍໃນຟາມ, ການລ້ຽງງສັດອິນຊີ, ການປູກພືດອິນຊີ, ການຜະລິດຝຸ່ນອິນຊີ ແລະ ການຜະລິດນ້ຳສະກັດຊີວະພາບຕ່າງໆ. ຈັດຕັ້ງການຮຽນ-ການສອນແບບໂມດຸນ ຜູ້ຮຽນມີຄວາມຈຳເປັນຕ້ອງໄດ້ຮຽນໃຫ້ຄົບທຸກໂມດູນຕາມຫຼັກສູດ ໄລຍະເວລາໃນການຮຽນໂດຍປະມານ 3 ເດືອນ ແລະ 2 ອາທິດທີ່ແຮໄວ້ສຳລັບວັນພັກຕ່າງໆ ໜຶ່ງອາທິດຮຽນ 5 ວັນ, ໜຶ່ງວັນຮຽນ 6-7 ຊົ່ວໂມງ, ໜຶ່ງອາທິດຮຽນ 30-35 ຊົ່ວໂມງ ການສອນຊົ່ວໂມງດ່ຽວ ໜຶ່ງຊົ່ວໂມງໃນເວລາ 50 ນາທີ ແລະ ການສອນຊົ່ວໂມງຄວບ ສອງຊົ່ວໂມງໃຊ້ເວລາຮຽນ 90 ນາທີ


ຈຸດປະສົງຂອງຫຼັກສູດ

ເພື່ອເພີ່ມຄວາມຮູ້, ທັກສະວິຊາຊີບ, ສ້າງປະສົບການໃນການປູກພືດຜັກອິນຊີໃຫ້ແກ່ຜູ້ຮຽນໂດຍ ອີງໃສ່ມາດຕະຖານອາຊີບ, ສ້າງໃຫ້ຜູ້ຮຽນມີຄວາມສາມາດໃນການນຳໃຊ້ຄວາມຮູ້, ທັກສະ ແລະ ຄວາມ ສາມາດຢ່າງມີປະສິດທິພາບບົນພື້ນຖານຄວາມຕ້ອງການຂອງຕະຫຼາດແຮງງານໃນປະຈຸບັນ ເພື່ອສົ່ງເສີມໃຫ້ມີການປ່ຽນແປງໃໝ່, ແກ້ໄຂບັນຫາຕ່າງໆ ແລະ ເພື່ອໃຫ້ສາມາດດຳເນີນໜ້າວຽກ ຕ່າງໆທາງດ້ານເຕັກນິກ ໂດຍອີງໃສ່ມາດຕະຖານສະມັດຕະຖານ ເພື່ອເສີມສ້າງໃຫ້ຜູ້ຮຽນມີທັກສະທີ່ດີ, ມີຈັນຍາບັນໃນອາຊີບ, ມີຄຸນນະທຳ ແລະ ມີຄວາມຊື່ສັດຕໍ່ອາຊີບຂອງຕົນ


ຄວາມສາມາດ

ປະຕິບັດການສື່ສານພາຍໃນສະຖານທີເຮັດວຽກ ເຮັດວຽກຮ່ວມກັບຄົນອື່ນໆ ປະຕິບັດຂັ້ນຕອນຄວາມເປັນລະບຽບຂອງສະຖານທີ່ເຮັດວຽກ ນຳໃຊ້ເຄື່ອງມື ແລະ ອຸປະກອນພາຍໃນຟາມ ດຳເນີນການວັດແທກ ແລະ ຄິດໄລ່ຕ່າງໆ ດຳເນີນການຄວບຄຸມແມງໄມ້ຕາມແຜນການ ກະກຽມດິນເພື່ອປູກພືດ ສ້າງສິ່ງອຳນວຍຄວາມສະດວກໃຫ້ການຂະຫຍາຍພັນພືດ ກະກຽມ ແລະ ຜະລິດວັດສະດຸກ້າ (ປູກ) ປູກພືດດ້ວຍມື ຜະລິດຝຸ່ນອິນຊີ ຜະລິດພືດຜັກອິນຊີ


ລະດັບຫຼັກສູດ

ຜູ້ທີ່ສຳເລັດການສຶກສາຕາມຫຼັກສູດນີ້, ຈະໄດ້ຮັບໃບຢັ້ງຢືນພື້ນຖານວິຊາຊີບ ລະດັບ 1 (ວິຊາຊີບຂັ້ນພື້ນຖານ) ຕາມຂອບຄຸນວຸດທິ ທີ່ໄດ້ກຳນົດໄວ້ໃນກົດໝາຍອາຊີວະສຶກສາ, ມາດຕາ 31: ວ່າດ້ວຍລະດັບວຸດທິອາຊີບ.


ເນື້ອໃນຂອງຫຼັກສູດ
ຫຼັກສູດ ວິຊາຊີບລະດັບ1 ການຜະລິດພືດຜັກອິນຊີ: ບົດຮຽນທີ່ສອນທັງໜົດ 13 ບົດຮຽນ ເວລາຮຽນ ທັງໜົດ: 492 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 2 ບົດຮຽນ ເວລາຮຽນ ທັງໜົດ: 64 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 3 ບົດຮຽນ ເວລາຮຽນ ທັງໜົດ: 96 ຊົ່ວໂມງ
ບົດຮຽນທີ່ສອນທັງໜົດ 8 ບົດຮຽນ ເວລາຮຽນ ທັງໜົດ: 332 ຊົ່ວໂມງ


ສະຖານອາຊີວະສຶກສາ ຂໍ້ມູນ 8:00, 6:00 ໂມງ ຕິດຕໍ່ຕາມໂມງລັດຖະການ

ຂໍ້ມູນຕິດຕໍ່ ຫຼື ອຈ ຮັບຜິດຊອບ: ເບິໂທລະສັບ:...............

Email:.................

ໜວດບໍລິການ

ອາຫານການໂຮງແຮມ

ປຸງແຕ່ງອາຫານ ແລະ ເຄື່ອງດື່ມ

ໂຮງແຮມ ແລະ ການທ່ອງທ່ຽວ

ໜວດກະສິກໍາ

ປູກຝັງ

ລ້ຽງສັດ

ປ່າໄມ້

ໜວດອຸດສາຫະກໍາ

ໄຟ້ຟາເຕັກນີກ

ກໍ່ສ້າງເຄຫາສະຖານ

ຊ່າງສ້ອມແປງລົດຍົນ